ຊ່ວຍຫຼຸດຄວາມເປັນພິດຕໍ່ລະບົບປະສາດໃນລະຫວ່າງການປິ່ນປົວດ້ວຍລັງສີ ຫຼື ເຄມີບຳບັດລວມມີ Cisplatin, Cyclophosphamid, Oxaplatin, 5 - Fluorouracil, Carboplatin
ຊ່ວຍໃນການປິ່ນປົວເບື່ອບາຫຼອດ: ສົມທົບກັບບັນດາຢາປິ່ນປົວເບື່ອບາຫຼອດຈຳເພາະເຊັ່ນ 2,3-dimecaptoprogan-1- sulfonat ແລະ meso-1,3-dimecaptosuccinic acid ກັບສັກຢາ glutathion ແລະ ວິຕາມິນຊີ ປະລິມານສູງຊ່ວຍຫຼຸດລະດັບຄວາມເຂັ້ມຂຸ້ນບາຫຼອດໃນເລືອດ
ຊ່ວຍໃນການປິ່ນປົວພະຍາດຕັບແຂງຍ້ອນເຫຼົ້າ, ຕັບແຂງ, ຕັບອັກເສບຍ້ອນໄວຣັສ ບີ, ຊີ, ດີ ແລະ ໄຂມັນຫຸ້ມຕັບ: ຊ່ວຍຟື້ນຟູສະພາບຮ່າງກາຍຂອງຄົນເຈັບ ແລະ ບັນດາຕົວບົ່ງຊີ້ທາງຜົນກວດເຄມີເຊັ່ນ: bilirubin, GOT, GPT, GT ເຊັ່ນດຽວກັບການຫຼຸດລົງຂອງ MDA ແລະ ຄວາມເສຍຫາຍຂອງຈຸລັງຕັບໄດ້ຢ່າງຊັດເຈນ.
ຊ່ວຍໃນການປິ່ນປົວບັນດາພະຍາດກ່ຽວຂ້ອງກັບຄວາມຜິດປົກກະຕິເສັ້ນເລືອດສ່ວນປາຍ, ເສັ້ນເລືອດຫົວໃຈ ແລະ ຄວາມຜິດປົກກະຕິທາງເລືອດວິທະຍາ.
ຊ່ວຍໃນການປິ່ນປົວເລືອດໄຫຼໃນ subarachnoid: ຊ່ວຍໃຫ້ອາການເລືອດໄຫຼໃນ subarachnoid ດີຂື້ນ.
ຊ່ວຍໃນການປິ່ນປົວພະຍາດເບົາຫວານ Type 2: ຊ່ວຍເຮັດໃຫ້ເພິ່ມຄວາມອ່ອນໄຫວກັບອີນຊູລິນໃນບັນດາຄົນເຈັບເຫຼົ່ານີ້.
ຄຳແນະນຳໃນການໃຊ້ຢາ
ສ່ວນປະສົມ:
ແຕ່ລະຫຼອດມີຜົງແຫ້ງ:
Glutathione ………………………………………………………………………...600 mg
ແຕ່ລະຫຼອດມີນ້ຳກັ່ນປະສົມ:
ນ້ຳກັ່ນປະສົມຢາສັກ……………………………………………………………………..4 ml
ຮູບແບບຢາ: ຜົງແຫ້ງປະສົມສັກມີນ້ຳກັ່ນ 4 ml
II. ຄຸນລັກສະນະພິເສດທາງການຢາ
1. ສັບພະຄຸນຂອງຢາ TAD® 600 mg/4ml:
Glutathione ເປັນ tripeptid ສະລິລະວິທະຍາ ແລະ ມີຢູ່ໃນຈຸລັງຂອງອະໄວຍະວະທັງໝົດຂອງທຸກພາກສ່ວນຂອງຮ່າງກາຍ. Glutathione ມີສ່ວນຮ່ວມໂດຍກົງໃນຂະບວນການທາງຊີວະພາບຕ່າງໆເຊັ່ນ: ລວບລວມໂປຣເຕອີນ ແລະ ອາຊິດນູເກຣອິກ, ນຳສົ່ງອາຊິດອາມິນ, ການຮັກສາ enzyme ໃນຮູບແບບການເຄື່ອນທີ່ ແລະ ຄວາມສົມບູນຂອງເຍື່ອຈຸລັງ.
Glutathione ມີຢູ່ໃນທັງສອງຮູບແບບ (GSH) ແລະ oxidized (GSSG). ມີບົດບາດສຳຄັນທາງຊີວະພາບຂອງ Glutathione ແມ່ນກຸ່ມ Sulphydryl (SH) ຂອງ cystein, ກຸ່ມນີ້ໃຫ້ໂປຣຕົ່ງ ເຂົ້າຮ່ວມກັບບັນດາປະຕິກິລິຍາ reduction ແລະ ປະຕິກິລິຍາ conjugation ຊ່ວຍຂັບຖ່າຍບັນດາທາດ oxidize ຢ່າງ peroxit ແລະ ສານແປກປອມຢ່າງຫຼວງຫຼາຍສຳລັບຮ່າງກາຍສິ່ງທີ່ມີຊີວິດ (4).
Glutathione ມີບົດບາດສໍາຄັນທີ່ສຸດ ໃນບັນດາປະຕິກິລິຍາຂັບຖ່າຍສານພິດ, ຕ້ານ oxidation. ດັ່ງນັ້ນ, ມັນມີໜ້າທີ່ປົກປ້ອງຈຸລັງຈາກຜົນກະທົບຂອງສານເຄມີທີ່ມະນຸດສ້າງຂື້ນ, ບັນດາທາດ oxidation ທີ່ມີໃນສະພາບແວດລ້ອມ (ອົກຊີເຈນສ່ວນເກີນ, ອົກຊີເຈນຄວາມດັນສູງ, ໂອໂຊນ) ແລະ ພາຍໃນຈຸລັງ (ອະນຸມູນອິດສະຫຼະ, ອົກຊີເຈນທີ່ມີປະຕິກິລິຍາປານກາງ) ອອກຈາກຜົນກະທົບຂອງລັງສີ (2,3).
ລະດັບ Glutathione ຫຼຸດລົງຕາມອາຍຸ ແລະ ຍ້ອນບັນດາພະຍາດເຊັ່ນ: ພະຍາດ Alzheimer, ພະຍາດ Parkinson ແລະ ພະຍາດເສັ້ນເລືອດແຂງໂຕ.
Glutathione ປະກອບສ່ວນໃນການຫຼຸດຜ່ອນຄວາມຄຽດ, ຊະລໍການແກ່ກ່ອນໄວ, ຊ່ວຍຂັບທາດເບື່ອຈຸລັງ.
ຢາມີສັບພະຄຸນໃນການເສີມສ້າງສຸຂະພາບ, ຫຼຸດຜ່ອນຄວາມສ່ຽງທີ່ຈະເປັນພະຍາດຫົວໃຈເສັ້ນເລືອດ.
2. ເພສັດຈະລະນະສາດ:
ພາຍຫຼັງສັກ glutathione ເສັ້ນເລືອດດໍາ 2 g/m2 ໃຫ້ແກ່ອາສາສະໝັກທີ່ມີສຸຂະພາບແຂງແຮງ, ຄວາມເຂັ້ມຂຸ້ນໃນ Plasma ຂອງ glutathione ທັງໝົດເພີ່ມຂື້ນຈາກ 17,5±13,4 mol/l (ຄ່າສະເລ່ຍ ± ສ່ວນບ່ຽງເບນມາດຕະຖານ) ເປັນ 823±326 mol/l. ປະລິມານການກະຈາຍຂອງ glutathione ຈາກພາຍນອກຄິດໄລ່ເປັນ 176±107 ml/kg ແລະ ເວລາຂັບຖ່າຍໃນ Plasma ແມ່ນ 14,1±9,2 ນາທີ. ຄວາມເຂັ້ມຂຸ້ນຂອງ cystein ໃນ Plasma ເພີ່ມຂື້ນຈາກ 8,9±3,5 mol/l ເປັນ 114±45 mol/l ຫຼັງການສັກ. ເຖິງວ່າຈະມີການເພີ່ມຂື້ນຂອງ cysteine ແຕ່ຄວາມເຂັ້ມຂຸ້ນທັງໝົດໃນ Plasma ຂອງ cysteine ທັງໝົດ, cystin ແລະ disulphid ປະສົມຫຼຸດລົງ, ເຊິ່ງບົ່ງຊີ້ເຖິງການເພີ່ມຂື້ນຂອງການລຳລຽງcysteine ພາຍໃນຈຸລັງ.
ການຂັບຖ່າຍຜ່ານນໍ້າຍ່ຽວຂອງ glutathione ແລະ cyst(e)ine ເພີ່ມຂື້ນຕາມລໍາດັບ 300% ແລະ 10% ໃນ 90 ນາທີ ຫຼັງການສັກ.
ຂໍ້ມູນເຫຼົ່ານີ້ຊີ້ໃຫ້ເຫັນວ່າການສັກ glutathione ເສັ້ນເລືອດດໍາຈະເພີ່ມຄວາມເຂັ້ມຂຸ້ນຂອງສານປະກອບທີ່ມີ sulphydryl ໃນທາງລະບົບຖ່າຍເທ, ດ້ວຍເຫດນັ້ນ ກໍ່ເຮັດໃຫ້ເພີ່ມຄວາມພ້ອມຂອງ cysteine ຢູ່ໃນຈຸລັງ.
ຄວາມເຂັ້ມຂຸ້ນຂອງ cysteine ໃນຈຸລັງສູງຊ່ວຍອະທິບາຍຜົນການປ້ອງກັນສານເຄມີແປກປອມສຳລັບຮ່າງກາຍ, ເນື່ອງຈາກສິ່ງນີ້ຍັງກະຕຸ້ນການສັງເຄາະ glutathione ເພີ່ມຂື້ນທັງທາງກົງ ຫຼື ທາງອ້ອມ.
III. ຂໍ້ບົ່ງສັ່ງ, ວິທີນຳໃຊ້ ແລະ ປະລິມານໃຊ້:
1. ໃຫ້ທາງສັກເສັ້ນເລືອດດໍາ
1.1. ຊ່ວຍຫຼຸດຄວາມເປັນພິດຕໍ່ລະບົບປະສາດໃນລະຫວ່າງການປິ່ນປົວດ້ວຍລັງສີ ຫຼື ເຄມີບຳບັດລວມມີ Cisplatin, Cyclophosphamid, Oxaplatin, 5 - Fluorouracil, Carboplatin:
- ສໍາລັບຄົນເຈັບປິ່ນປົວດ້ວຍລັງສີ: ສັກ TAD 600mg/ 4ml (Glutathione 600mg) ທາງເສັ້ນເລືອດດຳຊ້າໆກ່ອນສາຍລັງສີ 15 ນາທີ ໃນປະລິມານ 1200 mg.
- ສໍາລັບຄົນເຈັບປິ່ນປົວດ້ວຍເຄມີບໍາບັດ: ສັກ TAD 600mg/ 4ml (Glutathione 600mg) ທາງເສັ້ນເລືອດດຳຊ້າໆ 15 ນາທີ ກ່ອນການໃຊ້ຢາເຄມີບຳບັດໃນປະລິມານ 1500 mg - 2400 mg. ຫຼັງຈາກມື້ທີ່ 2 ແລະ ມື້ທີ່ 5 ຂອງການປິ່ນປົວດ້ວຍເຄມີບຳບັດ, ໃຫ້ຢາຕື່ມອີກໃນປະລິມານ 900 mg - 1200 mg. ອາດຈະໃຫ້ຢາທຸກໆອາທິດໃນປະລິມານ 1200 mg.
1.2. ຊ່ວຍໃນການປິ່ນປົວເບື່ອບາຫຼອດ: ສົມທົບກັບບັນດາຢາປິ່ນປົວເບື່ອບາຫຼອດຈຳເພາະເຊັ່ນ 2,3-dimecaptoprogan-1- sulfonat ແລະ meso-1,3-dimecaptosuccinic acid ກັບສັກຢາ glutathion ແລະ ວິຕາມິນຊີ ປະລິມານສູງຊ່ວຍຫຼຸດລະດັບຄວາມເຂັ້ມຂຸ້ນບາຫຼອດໃນເລືອດ:
ໃນຊ່ວງກະທັນຫັນໃຫ້ປະລິມານ 1200 - 1800 mg/ມື້. ຫຼັງຈາກນັ້ນໃຫ້ປະລິມານ 600 mg/ມື້ ຈົນກວ່າຈະຟື້ນຕົວ.
1.3. ຊ່ວຍໃນການປິ່ນປົວພະຍາດຕັບແຂງຍ້ອນເຫຼົ້າ, ຕັບແຂງ, ຕັບອັກເສບຍ້ອນໄວຣັສ ບີ, ຊີ, ດີ ແລະ ໄຂມັນຫຸ້ມຕັບ: ຊ່ວຍຟື້ນຟູສະພາບຮ່າງກາຍຂອງຄົນເຈັບ ແລະ ບັນດາຕົວບົ່ງຊີ້ທາງຜົນກວດເຄມີເຊັ່ນ: bilirubin, GOT, GPT, GT ເຊັ່ນດຽວກັບການຫຼຸດລົງຂອງ MDA ແລະ ຄວາມເສຍຫາຍຂອງຈຸລັງຕັບໄດ້ຢ່າງຊັດເຈນ.
- ພະຍາດຕັບແຂງຍ້ອນເຫຼົ້າ: ສັກເຂົ້າເສັ້ນເລືອດດຳຊ້າໆດ້ວຍປະລິມານ 600 mg – 1200 mg/ມື້
- ພະຍາດຕັບແຂງ, ຕັບອັກເສບຍ້ອນໄວຣັສ ບີ, ຊີ, ດີ ແລະ ໄຂມັນຫຸ້ມຕັບ: ສັກເຂົ້າເສັ້ນເລືອດດຳຊ້າໆດ້ວຍປະລິມານ 600 mg – 1200 mg/ມື້ ຈົນກວ່າຈະຟື້ນຕົວ.
1.4. ຊ່ວຍໃນການປິ່ນປົວບັນດາພະຍາດກ່ຽວຂ້ອງກັບຄວາມຜິດປົກກະຕິເສັ້ນເລືອດສ່ວນປາຍ, ເສັ້ນເລືອດຫົວໃຈ ແລະ ຄວາມຜິດປົກກະຕິທາງເລືອດວິທະຍາ.
- ຟື້ນຟູບັນດາຕົວຊີ້ວັດທາງເລືອດຂອງລະບົບໄຫຼວຽນເລືອດໃຫຍ່ ແລະ ນ້ອຍ, ຊ່ວຍແກ່ຍາວໄລຍະທາງໃນການຍ່າງໂດຍບໍ່ເຈັບປວດໃຫ້ແກ່ຄົນເຈັບທີ່ມີການອຸດຕັນຂອງເສັ້ນເລືອດແດງຂາ.
ສົ່ງຢາທາງເສັ້ນເລືອດດຳມື້ລະ 2 ຄັ້ງ, ຄັ້ງລະ 600 mg.
ສົ່ງຢາທາງເສັ້ນເລືອດດຳ 1200 mg - 3000 mg ຫຼື ສົ່ງເຂົ້າເສັ້ນເລືອດວຽນຫົວໃຈຊ້າຍໂດຍກົງ 300 mg ດ້ວຍຄວາມໄວໃນການສົ່ງ 50 mg – 2mL/ນາທີ.
ທ້າຍຮອບການຟອກເລືອດ, ສັກ Glutathione 600 mg ດ້ວຍປະລິມານ 1200 mg/ມື້.
1.5. ຊ່ວຍໃນການປິ່ນປົວເລືອດໄຫຼໃນ subarachnoid: ຊ່ວຍໃຫ້ອາການເລືອດໄຫຼໃນ subarachnoid ດີຂື້ນ.
ທັນທີຫຼັງການຜ່າຕັດສົ່ງຢາທາງເສັ້ນເລືອດດຳຊ້າໆ, ປະລິມານ 600 mg. ໃຫ້ຢາຊໍ້າທຸກໆ 6 ຊົ່ວໂມງ. ໄລຍະເວລາການໃຊ້ແກ່ຍາວ 14 ມື້ ຫຼື ຫຼາຍກວ່ານັ້ນ.
1.6. ຊ່ວຍໃນການປິ່ນປົວພະຍາດເບົາຫວານ Type 2: ຊ່ວຍເຮັດໃຫ້ເພິ່ມຄວາມອ່ອນໄຫວກັບອີນຊູລິນໃນບັນດາຄົນເຈັບເຫຼົ່ານີ້.
ສັກເສັ້ນເລືອດດຳຊ້າດ້ວຍປະລິມານ 600 mg - 1200 mg/ມື້, ສັກຕໍ່ເນື່ອງເປັນເວລາ 1 ອາທິດ. ຈາກນັ້ນຄ່ອຍໆຫຼຸດຄວາມຖີ່ໃນການໃຊ້ລົງ, 2-3 ຄັ້ງ/ອາທິດ, ຄັ້ງລະ 600 mg.
1.7. ຊ່ວຍໃນການປິ່ນປົວປ້າງອັກເສບກະທັນຫັນ: TAD® 600 mg/ 4ml (Glutathione 600mg) ອາດມີຜົນດີໃນການຮັກສາໜ້າທີ່ການຂອງບັນດາພາກສ່ວນໃນຮ່າງກາຍໃຫ້ຫາຍດີຈາກການໂຈມຕີຂອງຕົວກາງທາງເຄມີໃນການອັກເສບ.
ໃຊ້ໃນປະລິມານແຕ່ 600 - 1200 mg/ມື້, ສັກຊ້າຜ່ານທາງເສັ້ນເລືອດດຳ.
2. ໃຊ້ສັກກ້າມຊີ້ນ
ຊ່ວຍໃນການປິ່ນປົວການມີລູກຍາກໃນເພດຊາຍ: ສັກກ້າມ TAD® 600 mg/ 4ml (Glutathione 600mg) ແກ່ຍາວຫຼາຍກວ່າ 2 ເດືອນ ຊ່ວຍຟື້ນຟູກ່ຽວກັບສັນຖານວິທະຍາ ແລະ ການເຄື່ອນຕົວຂອງອະສຸຈິ.
ປະລິມານໃຊ້ແຕ່ 600 - 1200 mg/ມື້, ສັກກ້າມຊີ້ນ.
3. ໃຊ້ຜ່ານການຮົມ
ຊ່ວຍປິ່ນປົວໃຫ້ບັນດາຄົນເຈັບພັງຜືດໃນປອດບໍ່ຮູ້ສາເຫດ ຫຼື ຄົນເຈັບ HIV/AIDS ຕິດເຊື້ອລະບົບທາງເດີນຫາຍໃຈກ່ຽວຂ້ອງເຖິງການຂາດ glutathione.
ປະລິມານໃຊ້: 600 mg. ໃຊ້ 6 ຄັ້ງ, ທຸກຄັ້ງຫ່າງກັນ 12 ຊົ່ວໂມງ, ດ້ວຍຄວາມດັນລະອອງ 40psi (ເຄື່ອງ Ultravent, ບໍລິສັດ Mallinckrodt).
4. ການນໍາໃຊ້
ການສັກເຂົ້າເສັ້ນເລືອດດຳ: ປະສົມດ້ວຍ 4ml ນໍ້າກັ່ນ, ແລະ ປະສົມກັບ 100ml sodium chloride 0.9%, ປ່ອຍຊ້າໆ.
ການສັກກ້າມ: ໃຫ້ລະລາຍຢາກັບນໍ້າກັ່ນ ຈາກນັ້ນໃຫ້ສັກກ້າມ.
IV. ຂໍ້ຫ້າມ:
ຫ້າມໃຊ້ຢາເທິງບັນດາຄົນເຈັບທີ່ແພ້ສ່ວນປະສົມຕ່າງໆຂອງຢາ.
V. ຜົນຂ້າງຄຽງ
ເມື່ອໃຫ້ຢາຜ່ານການສັກກ້າມ, ມີໜ້ອຍກໍລະນີເກີດຜື່ນຕາມຜິວໜັງຕາມທີ່ໄດ້ຮັບລາຍງານ, ຢ່າງໃດກໍ່ຕາມອາການນີ້ຈະໝົດໄປເມື່ອຢຸດໃຊ້ຢາ.
ເຈັບເລັກໜ້ອຍຂອບເຂດສັກກໍ່ໄດ້ຮັບການລາຍງານ.
ຄ້າຍຄືກັບຢາສັກເສັ້ນເລືອດຊະນິດອື່ນ, ບັນດາອາການເຊັ່ນ: ໄຂ້, ຊຶມເຊື້ອຈຸດສັກ, ເກີດການລິ່ມເລືອດເສັ້ນເລືອດດຳ ຫຼື ອັກເສບເສັ້ນເລືອດດຳ ແລະ ອາດກໍ່ໃຫ້ເກີດຢາອອກນອກເສັ້ນເລືອດ.
ໃນກໍລະນີພົບສິ່ງຜິດປົກກະຕິຕ່າງໆໃນຂະບວນການໃຫ້ຢາ, ຕ້ອງຢຸດໃຫ້ຢາທັນທີ ແລະ ຖ້າເປັນໄປໄດ້ແມ່ນໃຫ້ນຳເອົາຢາສ່ວນທີ່ຍັງເຫຼືອໃນຫຼອດເໄປກວດກາເພີ່ມເຕີມ
VI. ປະຕິກິລິຍາລະຫວ່າງຢາ
ປະຈຸບັນຍັງບໍ່ພົບຂໍ້ມູນໃດກ່ຽວກັບປະຕິກິລິຍາຂອງຢາຊະນິດນີ້ກັບຢາຊະນິດອື່ນ ແລະ ຜະລິດຕະພັນອື່ນ.
VII. ຂໍ້ຄວນລະວັງເວລານຳໃຊ້ ແລະ ການເກັບຮັກສາ
ດູດເອົານ້ຳກັ່ນອອກຈາກຫຼອດດ້ວຍສະແລັ້ງສັກຢາທີ່ມີເຂັມເໝາະສົມ. ຖອດຝາອັດທີ່ເປັນອະລູມີນ້ຽມຂອງຫຼອດຢາ ແລະ ເຊັດຝາປິດດ້ວຍນ້ຳຢາຂ້າເຊື້ອ, ຈາກນັ້ນແທງເຂັມສັກຢາຂອງສະແລັ້ງສັກຢາເຂົ້າໄປໃນຫຼອດຜ່ານຈຸດໃຈກາງຂອງຝາປິດທີ່ເປັນຢາງ ແລະ ອຽງນ້ຳຢາໄປທາງຂອບຂອງຫຼອດຢາ.
ສັ່ນເບົາໆເພື່ອຮັບປະກັນວ່າຢາລະລາຍໝົດແລ້ວ, ຈາກນັ້ນນຳໃຊ້ສານລະລາຍນີ້ເພື່ອສັກເຂົ້າກ້າມຊີ້ນ ຫຼື ເສັ້ນເລືອດດຳຊ້າໆ.
ຂໍ້ຄວນລະວັງ:
ສານລະລາຍ Glutathione ໄວຕໍ່ການເກີດອົກຊີເດຊັນ, ດັ່ງນັ້ນຄວນສັກທັນທີຫຼັງປະສົມຢາ ຫຼື ອາດຈະເກັບຮັກສາໄວ້ບ່ອນອຸນຫະພູມເຢັນ,ແຕ່ຕ້ອງໃຊ້ພາຍໃນ24ຊົ່ວໂມງ,ຖ້າຫາກເກັບຮັກສາໃນອຸນຫະພູມເຢັນ ກ່ອນຈະສັກ ໃຫ້ເອົາຢາອອກມາປະໄວ້ ໃຫ້ໄດ້ອຸນຫະພູມຂອງຫ້ອງ ຫຼື ອຸນຫະພູມຮ່າງກາຍ.
ບໍ່ນຳໃຊ້ນ້ຳກັ່ນ, ຖ້າກວດພົບວ່າມີອະນຸພາກທີ່ເປັນກ້ອນ ຫຼື ສີຜິດປົກກະຕິ.
ການດຳເນີນການທັງໝົດຕັ້ງແຕ່ຂັ້ນຕອນການກະກຽມຢາໄປຈົນເຖິງການສັກຢາຈຳເປັນຕ້ອງແມ່ນພະນັກງານແພດໝໍເປັນຜູ້ເຮັດ.
ພາຍຫຼັງປະສົມຢາແລ້ວ, ຖ້າຫາກໃຊ້ບໍ່ໝົດຕ້ອງໄດ້ເອົາຖິ້ມເພື່ອຫຼີກລ້ຽງການຊຶມເຊື້ອ.
ຂໍ້ມູນທີ່ມີປະຈຸບັນໄດ້ສະແດງໃຫ້ເຫັນວ່າ glutathione, ແມ່ນທາດທາງສະລິລະວິທະຍາທີ່ມີຢູ່ໃນຈຸລັງ, ບໍ່ກໍ່ໃຫ້ເກີດຜົນສະທ້ອນຕໍ່ຜູ້ຍິງທີ່ກຳລັງຖືພາ ຫຼື ຜູ້ຍິງໃຫ້ນົມລູກ.
ການສຶກສາພາກທົດລອງບໍ່ສະແດງໃຫ້ເຫັນຜົນກະທົບທີ່ເປັນອັນຕະລາຍທັງທາງກົງ ຫຼື ທາງອ້ອມສຳລັບການເກີດ, ການຖືພາ, ການຈະເລີນເຕິບໂຕຂອງລູກຢູ່ໃນທ້ອງ, ຂະບວນການເກີດ ຫຼື ຂະບວນການຈະເລີນເຕີບໂຕຂອງເດັກຫຼັງເກີດ.
ຢາບໍ່ສົ່ງຜົນສະທ້ອນຕໍ່ຜູ້ຂັບຂີ່ ແລະ ບັງຄັບເຄື່ອງຈັກ.
VIII. ໃຊ້ຢາເກີນປະລິມານ ແລະ ວິທີແກ້ໄຂ:
ຍັງບໍ່ພົບກໍລະນີໃດທີ່ນຳໃຊ້ຢາເກີນປະລິມານໃນບັນດາເອກະສານລາຍງານ.
ຖ້າມີ, ໃຫ້ໃຊ້ວິທີການປິ່ນປົວອາການເພື່ອແກ້ໄຂ.
IX. ການເກັບຮັກສາ:
ເກັບຮັກສາໄວ້ບ່ອນທີ່ແຫ້ງ, ອຸນຫະພູມຫ້ອງບໍ່ເກີນ 30 ອົງສາ, ຫຼີກລຽ້ງແສງອາທິດ.
X. ມາດຕະຖານ: ຜູ້ຜະລິດ
XI. ໝົດອາຍຸການນຳໃຊ້:
ອາຍຸການນຳໃຊ້ຂອງຢາແມ່ນ 36 ເດືອນນັບແຕ່ມື້ຜະລິດ
ອາຍຸການນຳໃຊ້ຢາທີ່ປະສົມແລ້ວແມ່ນ 8 ຊົ່ວໂມງ ໃນເງື່ອນໄຂອຸນຫະພູມຫ້ອງບໍ່ເກີນ 30 ອົງສາ ແລະ 24 ຊົ່ວໂມງ ໃນເງື່ອນໄຂ 2-8 ອົງສາ.
XII. ການບັນຈຸ:
ກັບໜຶ່ງມີຢາ 10 ຫຼອດ + ນ້ຳກັ່ນປະສົມຢາ 4 ml 10ຫຼອດ
ຢາເປັນຮູບຮ່າງຜົງແຫ້ງສີຂາວໄດ້ຮັບການບັນຈຸໄວ້ໃນຫຼອດແກ້ວ ປະເພດ III ມີຝາອັດເປັນຢາງ ແລະ ຝາອັດອະລູມີນ້ຽມ. ຫຼອດນ້ຳກັ່ນປະສົມຢາສັກບັນຈຸໃນຫຼອດແກ້ວ ປະເພດ I.
XIII. ຜູ້ຜະລິດ:
Biomedica Foscama Industria Chimico-Farmaceutica S.p.A.
ທີ່ຢູ່: Via Morolense, 87 - 03013 Ferentino (Fr) (Italy)
XIV. ຜູ້ນຳເຂົ້າ
ບໍລິສັດ ໂຊກດີໂອສົດ ຂາເຂົ້າ - ຂາອອກ ຈຳກັດ
ທີ່ຢູ່: 11/192 ຖະໜົນອາຊຽນ, ບ້ານ ສີຫອມ, ເມືອງ ຈັນທະບູລີ, ນະຄອນຫຼວງວຽງຈັນ, ສປປ ລາວ
ໂທ: 021 217186/ 030 5490037
Hotline: 02097986688/ 020 91936688
Website: www.TAD600.la